Skip to content

ອົງກອນຂອງທ່ານ

ອົງກອນຂອງທ່ານໄດ້ເລືອກໃຫ້ເຄື່ອງມືການສື່ສານ SpeakUp® ທີ່ພັດທະນາໂດຍ People Intouch B.V. (‘ພວກເຮົາ’, ‘ພວກເຮົາ’, ‘ຂອງພວກເຮົາ’) ໃຫ້ແກ່ທ່ານ.

People Intouch B.V. ຕັ້ງຢູ່ໃນປະເທດເນີເທີແລນ, ໃນສະຫະພາບເອີຣົບ (EU), ດັ່ງນັ້ນພວກເຮົາຈຶ່ງມີຂໍ້ຜູກມັດກັບ EU GDPR (ກົດລະບຽບການປົກປ້ອງຂໍ້ມູນທົ່ວໄປ), ເຊິ່ງແມ່ນກົດລະບຽບການປົກປ້ອງຂໍ້ມູນສ່ວນຕົວທີ່ລະອຽດຄົບຖ້ວນທີ່ສຸດໃນໂລກ.

ຖະແຫຼງການກ່ຽວກັບຄວາມເປັນສ່ວນຕົວນີ້ບັງຄັບໃຊ້ກັບທ່ານໃນເວລາທ່ານໃຊ້ SpeakUp® ເພື່ອສື່ສານກັບອົງກອນຂອງທ່ານ.

ກ່ຽວກັບ SpeakUp®

ຜ່ານທາງ SpeakUp®, ທ່ານສາມາດສົ່ງລາຍງານ ແລະ ເລີ່ມຕົ້ນການສົນທະນາທີ່ປອດໄພກັບ ອົງກອນຂອງທ່ານພາຍໃນແວດລ້ອມຂອງ SpeakUp®.

ອົງກອນຂອງທ່ານຮັບຜິດຊອບໃນການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານຜ່ານທາງ SpeakUp® ແລະ ຍັງຄົງເປັນຜູ້ຄວບຄຸມຂໍ້ມູນ. ຖ້າທ່ານມີຄຳຖາມໃດໜຶ່ງກ່ຽວກັບ SpeakUp® ແລະ ຂໍ້ມູນສ່ວນຕົວຂອງທ່ານຈະຖືກປະມວນຜົນແນວໃດນັ້ນ, ກະລຸນາຕິດຕໍ່ອົງກອນຂອງທ່ານ ຫຼື ກວດເບິ່ງ ນະໂຍບາຍການເວົ້າອອກມາຂອງພວກເຂົາ ແລະ/ຫຼື ນະໂຍບາຍຄວາມເປັນສ່ວນຕົວ. People Intouch ແມ່ນຜູ້ປະມວນຜົນຂໍ້ມູນ ແລະ ເຮັດໜ້າທີ່ນັ້ນຢ່າງຈິງຈັງ. ອັນນີ້ໝາຍວ່າພວກເຮົາໃຫ້ວິທີທາງທີ່ປອດໄພທີ່ສຸດເທົ່າທີ່ເປັນໄປໄດ້ແກ່ຕົວທ່ານເພື່ອສື່ສານກັບອົງກອນຂອງທ່ານ.

ຄວາມເປັນສ່ວນຕົວຂອງທ່ານແມ່ນສຳຄັນຕໍ່ພວກເຮົາ. ພວກເຮົາຕ້ອງການໃຫ້ທ່ານຮູ້ສືກປອດໄພຂະນະທີ່ໃຊ້ SpeakUp® ແລະ ຕ້ອງການແຈ້ງໃຫ້ທ່ານຊາບດັ່ງຕໍ່ໄປນີ້:

ຂໍ້ມູນທີ່ລະອຽດອ່ອນ

SpeakUp® ບໍ່ມີເປົ້າໝາຍໃນການສື່ສານຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ເຊັ່ນວ່າ: ເຊື້ອຊາດ, ຂໍ້ມູນສຸຂະພາບ, ມຸມມອງທາງການເມືອງ, ຄວາມເຊື່ອທາງປັດຊະຍາ (ສາສະໜາ ຫຼື ຜູ້ເຊື່ອວ່າບໍ່ມີພະເຈົ້າ ແລະ ອື່ນໆ), ລົດນິຍົມທາງເພດ ຫຼື ປະຫວັດທາງກົດໝາຍ. ພວກເຮົາຂໍໃຫ້ທ່ານພິຈາລະນາສິ່ງນີ້ເມື່ອນຳໃຊ້ SpeakUp®.

ຜູ້ເຍົາ

ເມື່ອທ່ານເປັນຜູ້ເຍົາ, ອົງກອນຂອງທ່ານຈະຕ້ອງໄດ້ຮັບຄຳຍິນຍອມຈາກພໍ່ແມ່ ຫຼື ຜູ້ປົກຄອງຂອງທ່ານໃນການນຳໃຊ້ SpeakUp®, ຖ້າຮຽກຮ້ອງຕາມກົດໝາຍ.

ມັນເຮັດວຽກແນວໃດ

ຈະເກີດຫຍັງຂຶ້ນຫາກໄດ້ສົ່ງລາຍງານຜ່ານ SpeakUp®?

ເນື້ອໃນຂອງລາຍງານຖືກແບ່ງປັນກັບອົງກອນຂອງທ່ານ ແລະ ຈະຖືກພຽງແຕ່ໃຊ້ ແລະ ປະມວນຜົນໂດຍອົງກອນຂອງທ່ານເພື່ອຈຸດປະສົງທີ່ SpeakUp® ຕັ້ງເປົ້າໄວ້. ລາຍງານຈະແບ່ງປັນກັບອົງກອນຂອງທ່ານໃນຮູບແບບລາຍລັກອັກສອນຢູ່ສະເໝີ. ລາຍງານທີ່ເປັນສຽງເວົ້າຈະຖືກຖອດຄວາມກ່ອນຈະຖືກແບ່ງປັນ ແລະ ໄຟລ໌ສຽງຈະຖືກລຶບໂດຍອັດຕະໂນມັດ. ທ່ານສາມາດເປີດໃຊ້ງານການແຈ້ງເຕືອນອີເມວ ຫຼື ການແຈ້ງເຕືອນແບບພຸຕ ສຳລັບ SpeakUp®. ທ່ານສາມາດປິດໃຊ້ງານການແຈ້ງເຕືອນແບບພຸຕສຳລັບແອັບມືຖື SpeakUp® ໄດ້ທຸກເວລາຜ່ານທາງການຕັັງຄ່າອຸປະກອນຂອງທ່ານ. ກວດເບິ່ງນະໂຍບາຍ SpeakUp ໃນອົງກອນຂອງທ່ານ ແລະ/ຫຼື ນະໂຍບາຍຄວາມເປັນສ່ວນຕົວ ສຳລັບລາຍລະອຽດເພີ່ມເຕີມຕໍ່ກັບຈະເກີດຫຍັງຂຶ້ນຫາກໄດ້ສົ່ງລາຍງານຜ່ານ SpeakUp®.

ການປົກປິດຊື່

ເມື່ອທ່ານສົ່ງລາຍງານຜ່ານ SpeakUp®, ທ່ານສາມາດຕັດສິນໃນການແບ່ງປັນຂໍ້ມູນລະບຸຕົວຕົນຂອງທ່ານກັບອົງກອນຂອງທ່ານ ຫຼື ເລືອກເປັນແບບປົກປິດຊື່. ຖ້າທ່ານແບ່ງປັນລາຍລະອຽດສ່ວນຕົວໃນການລາຍງານ, ສິ່ງເຫຼົ່ານີ້ຈະຖືກປະມວນຜົນໂດຍອົງກອນຂອງທ່ານໃນເວລາຈັດການລາຍງານຂອງທ່ານ.

ເປັນຫຍັງຈຶ່ງປະມວນຜົນຂໍ້ມູນສ່ວນຕົວເມື່ອນຳໃຊ້ SpeakUp®?

ການປະມວນຜົນຂໍ້ມູນສ່ວນຕົວຜ່ານທາງ SpeakUp® ແມ່ນຈຳເປັນ:

ຂໍ້ມູນອັນໃດຈະໄດ້ຮັບການປະມວນຜົນບໍ?

ຂໍ້ມູນສະເພາະໃດໜຶ່ງທີ່ໃຫ້ໂດຍຕົວທ່ານແມ່ນຈະຖືກເກັບເອົາໂດຍອັດຕະໂນມັດເມື່ອນຳໃຊ້ SpeakUp® ແລະ ຈະບໍ່ຖືກແບ່ງປັນກັບອົງກອນຂອງທ່ານ. ຂໍ້ມູນນີ້ຖືກປະມວນຜົນເພື່ອໃຫ້ຟັງຄ໌ຊັນທັງໝົດຂອງ SpeakUp® ແກ່ທ່ານ, ສຳລັບຈຸດປະສົງການຮັບຮອງຄວາມຖືກຕ້ອງ, ເພື່ອຈຸດປະສົງການແຈ້ງເຕືອນ ( ຖ້າເປີດໃຊ້ງານ, ຕົວຢ່າງ: ທີ່ຢູ່ອີເມວຂອງທ່ານ), ເພື່ອສ້າງການເຊື່ອມຕໍ່ທີ່ປອດໄພກັບອຸປະກອນຂອງທ່ານ ແລະ ສຳລັບປ້ອງກັນ ແລະ ກວດຫາໄພຂົ່ມຂູ່ທາງດ້ານຄວາມປອດໄພ ຫຼື ກິດຈະກຳທີ່ມີເຈດຕະນາຮ້າຍອື່ນໆ. ຈະບໍ່ໃຊ້ຂໍ້ມູນນີ້ຢ່າງເດັດຂາດເພື່ອຈຸດປະສົງອື່ນໃດໜຶ່ງ ແລະ ຈະພຽງບັນທຶກໃນໄລຍະເວລາທີ່ຈຳເປັນເທົ່ານັ້ນສຳລັບຈຸດປະສົງທີ່ຕັ້ງໃຈໄວ້, ເວັ້ນເສຍແຕ່ໄດ້ຂະຫຍາຍເວລາອອກເນື່ອງຈາກກິດຈະກຳທີ່ມີເຈດຕະນາຮ້າຍເປັນທີ່ຍອມຮັບ.

ຄວາມປອດໄພຂອງຂໍ້ມູນ

People Intouch ໄດ້ດຳເນີນມາດຕະການຢ່າງຄອບຄຸມເພື່ອປ້ອງກັນການສູນເສຍ, ການໃຊ້ໃນທາງຜິດ ຫຼື ການປ່ຽນແປງຂໍ້ມູນສ່ວນຕົວຂອງທ່ານ. ຂໍ້ມູນທັງໝົດໄດ້ເຂົ້າລະຫັດໃນເວລາສົ່ງຜ່ານທາງ SpeakUp® ເວັບ ແລະ ແອັບມືຖື SpeakUp®. 

ຄຸກກີ້

ເວລາເຂົ້າໄປທີ່ SpeakUp® ເວັບ, ຈະໃຊ້ຄຸກກີ້ເຊສຊັນເພື່ອໃຫ້ການສື່ສານທີ່ປອດໄພ. ຂໍ້ມູນຄຸກກີ້ເຊສຊັນນີ້ຈະຖືກລຶບຫຼັງຈາກສອງ (2) ຊົ່ວໂມງ. ທ່ານສາມາດໃຊ້ການຕັ້ງຄ່າຕົວທ່ອງເວັບຂອງທ່ານເພື່ອລຶບ, ປິດໃຊ້ງານ ຫຼື ບລັອກຄຸກກີ້.

ການແກ້ໄຂ

People Intouch ຈະແຈ້ງຂ່າວສານຫຼ້າສຸດໃຫ້ທ່ານຊາບດ້ວຍວິທີທາງທີ່ດີສຸດເທົ່າທີ່ເປັນໄປໄດ້ ແລະ ອາດແກ້ໄຂ ແລະ ປ່ຽນແປງການປະກາດກ່ຽວກັບຄວາມເປັນສ່ວນຕົວນີ້ເປັນໄລຍະໆ.

ສິດທິຂອງທ່ານມີຫຍັງແດ່?

ອົງກອນຂອງທ່ານຮັບຜິດຊອບໃນການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ ແລະ ຮັບປະກັນສິດທິຂອງທ່ານຕາມ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທີ່ກ່ຽວຂ້ອງ. ກະລຸນາກວດເບິ່ງນະໂຍບາຍ SpeakUp ແລະ/ ຫຼື ນະໂຍບາຍຄວາມເປັນສ່ວນຕົວຂອງອົງກອນທ່ານສຳລັບຂໍ້ມູນເພີ່ມຕື່ມຕໍ່ກັບການປະມວນຜົນຂໍ້ມູນສ່ວນຕົວໂດຍອົງກອນຂອງທ່ານ ແລະ ສິດທິການປົກປ້ອງຂໍ້ມູນຂອງທ່ານ.

ແກ້ໄຂຫຼ້າສຸດ ວັນທີ 12 ກໍລະກົດ 2022

***